ລາຍງານຈາກປະຊາຊົນ ແຈ້ງໃຫ້ຮູ້ວ່າເວລາປະມານ 15:45 ວັນທີ 6 ພະຈິກ 2020 ເກີດອຸ ບັດຕິເຫດ ຮ້າຍແຮງລົດຂົນສົ່ງຕໍາຄົນຍ່າງຂ້າງທາງທີ່ເສັ້ນທາງເມືອງພຽງ, ແຂວງໄຊຍະບູລີ.
ລົດທີ່ຕໍາແມ່ນລົດຂົນສົ່ງ ທະບຽນ ກໍາແພງນະຄອນ ບຂ 8303, ຜູ່ຖືກຕໍາແມ່ນເພດຊາຍອາຍຸສູງ, ຮ່າງຜູ່ເສຍຊີວີດ ຖືກຕໍາຟົ້ງລົງຮ່ອງຂ້າງທາງ.
ສ່ວນການສືບສວນສາເຫດຂອງອຸບັດຕິເຫດເຈົ້າໜ້າທີ່ຈະດໍາເນີນການຕາມຂັ້ນຕອນຕໍ່ໄປ.
ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.