ຕາມຂ່າວສານ cri ໃຫ້ຮູ້ວ່າ ຄຽງຄູ່ກັບ ຂົວໃຫຍ່ພິເສດບ້ານລາດຫານ ທີ່ຂ້າມແມ່ນ້ຳຂອງສຳເລັດການສ້າງຂື່ໃນຫວ່າງມໍ່ໆນີ້, ໜ້າທີ່ສ້າງຂື່ໃຫ້ຂົວໃຫຍ່ພິເສດສອງແຫ່ງທີ່ຂ້າມແມ່ນ້ຳຂອງຂອງທາງລົດໄຟລາວ-ຈີນ ໄດ້ສຳເລັດໝົດແລ້ວ, ໄດ້ປູພື້ນຖານອັນໝັ້ນແກ່ນໃຫ້ທາງລົດໄຟລາວ-ຈີນສ້າງສຳເລັດແລະແລ່ນລົດໄດ້ຕາມເວລາກຳນົດ.
ຂົວໃຫຍ່ທີ່ເສດບ້ານລາດຫານທີ່ຂ້າມແມ່ນ້ຳຂອງ ຍາວທັງມົດ 1652 ແມັດ, ເສົາຂົວສູງ 57,5 ແມັດ, ແມ່ນຂົວໃຫຍ່ພິເສດທີ່ມີເສົາຂົວສູງກວ່າໝູ່ແລະມີຄວາມຍາວຂ້າມນ້ຳຍາວກວ່າໝູ່ຕາມທາງລົດໄຟລາວ-ຈີນ ການກໍ່ສ້າງຍາກກວ່າໝູ່, ແລະມີຄວາມສ່ຽງສູງທີ່ສຸດ.
ທາງລົດໄຟລາວ -ຈີນ ຂ້າມແມ່ນ້ຳຂອງຢູ່ສອງບ່ອນທີ່ຢູ່ເໜືອນະຄອນຫຼວງພະບາງ. ໃນນັ້ນ, ຂົວໃຫຍ່ພິເສດຫຼວງພະບາງທີ່ຂ້າມແມ່ນ້ຳຂອງໄດ້ຈອດກັນວັນທີ 28 ກໍລະກົດປີ 2019, ແລະສຳເລັດການສ້າງຂື່ໃນວັນທີ 23 ເມສາປີນີ້, ຂົວໃຫຍ່ພິເສດບ້ານລາດຫານທີ່ຂ້າມແມ່ນ້ຳຂອງຈອດກັນໃນວັນທີ 1 ເມສາປີນີ້.