ການນຸ່ງໂສ້ງ ເສື້ອຂາດ ເປັນຄ່ານິຍົມທີ່ໄວໜຸ່ມ

ຕ້ອງຍອມຮັບວ່າຄ່ານິຍົມຂອງຄົນເຮົາມີການຜັນຜວນຢູ່ຕະຫຼອດເວລາ ແຕ່ຄ່ານິຍົມເຫຼົ່ານັ້ນມັນຂຶ້ນຢູ່ກັບບຸກຄົນທີ່ເປັນຕົ້ນແບບໃນການສ້າງ ແລະການຍອມຮັບຂອງສັງຄົມນັ້ນໆ.

ສົມມຸດການນຸ່ງໂສ້ງເສື້ອຂາດສຳລັບຄົນທຸກມັນຄືການຕອກຢໍ້າວ່າຄົນນັ້ນບໍ່ມີເງິນຊື້ ແຕ່ຍອມນຸ່ງເຄື່ອງທີ່ຂາດສ້ອຍ, ຖ້າຫາກເປັນຄົນມີເງິນ ອັນນັ້ນຄືຄວາມທັນສະໄໝ ແລະລາຄາເຄື່ອງຂາດບາງຜືນແພງກວ່າເຄື່ອງງາມໆອີກ ແອັດມິນງຶດ !.

ການນຸ່ງເຄື່ອງແຟຊັນແບບຂາດສ້ອຍ ເປັນຄ່ານິຍົມສະໄໝໃໝ່ ມັນສາມາດສ່ອງແສງໄດ້ຫຼາຍແງ່ມຸມ. ບາງຄົນອາດພວມເຮັດເພື່ອປະຊົດປະຊັນຜູ້ນຸ່ງເຄື່ອງໃໝ່ ໃຊ້ຈ່າຍຟູມເຟືອຍ ຈົນລືມຄົນທຸກທີ່ບໍ່ມີອັນຈະນຸ່ງ, ບາງຄົນອາດນຸ່ງຍ້ອນບໍ່ມີອີ່ຫຼີແລ້ວເກັບເຄື່ອງເກົ່າຂອງຄົນອື່ນມານຸ່ງ, ບາງຄົນອາດຈະນຸ່ງນຳໝູ່ຄູ່ ຫຼືສັງຄົມພາໄປ ເຊິ່ງມັນຂຶ້ນຢູ່ກັບໃຈຜູ້ຈະນຸ່ງ.

ຄວາມຈິງແລ້ວການນຸ່ງເຄື່ອງຂາດສ້ອຍ, ນຸ່ງໜ້ອຍ, ສັ້ນເຂີນ, ໂສ້ງເຫຼືອເສື້ອບໍ່ພໍ ທີ່ໄວໜຸ່ມເອີ້ນວ່າແຟຊັນສະໄໝໃໝ່ນັ້ນມັນ ກໍບໍ່ຖືກເທົ່າທີ່ຄວນ ແຕ່ແອັດມິນວ່າອາດເປັນການຢ້ອນຍຸກ, ເປັນການລະນຶກເຖິງບັນພະບຸລຸດເຮົາຫຼາຍກວ່າ ເພາະສະໄໝບູຮານ ຂາດເຄື່ອງມື, ຂາດທັກສະໃນການຫຍິບປັກຖັກແສ່ວພຽງແຕ່ເອົາແຜ່ນເປືອກໄມ້ມາຕໍ່ກັນກໍນຸ່ງໄດ້ແລ້ວໆໄປ.

ເຖິງຈະນຸ່ງຢ່າງໃດກໍຕາມ ມັນເປັນຄວາມມັກ ເຊິ່ງບໍ່ມີໃຜຫ້າມໄດ້ ສິ່ງສຳຄັນແມ່ນຢູ່ທີ່ໃຈວ່າຄົນໆນັ້ນຈະຄິດດີ ຫຼື ຄິດຮ້າຍຕໍ່ສັງຄົມອ້ອມຂ້າງ ແລະຮູ້ຈັກກາລະເທສະທີ່ຄວນຈະເປັນດີທີ່ສຸດ.

ສ່ວນຕົວແອັດມິນມີຄວາມປະສົງຢາກໃຫ້ມີການນຸ່ງແບບນີ້ຫຼາຍໆ ຢາກຮູ້ວ່າຄົນເຮົາຈະຢ້ອນຍຸກ ຫຼື ແຟຊັນໄປເຖິງຂັ້ນບໍ່ນຸ່ງສະລິບ, ປະນົມ ຫຼື ປະເປືອຍໂຕຍ່າງໄປຕາມກາງບ້ານຮ້ານຫຍ້າໄດ້ຮອດໃສ ?

ສຸດທ້າຍຢາກສະຫຼຸບວ່າ: ພາສາລາວ-ໄທຕ່າງກັນ

#ໂສ້ງ – กางเกง (ໃນວັດຈະນານຸກົມມີທັງ ໂສ້ງ ແລະ ສົ້ງ)
#ສະລິບ, ໂສ້ງຊ້ອນ-กางเกงใน
#ເສື້ອມອ້ອງ – ยกทรง
#ນຸ່ງ – ห่ม, ใส่, สวม

#ເຄື່ອງນຸ່ງ – เสื้อผ้า
#ເກີບ -รองเท้า
#ກ້າມກົ້ນ -สะโพก

ທີ່ມາ: ປ່ອງຢ້ຽມພາສາລາວ

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *